PANDA ສາມາດຊ່ວຍເຫຼືອໄດ້. ໃຫ້ໂທມາຫາເຮົາກ່ຽວກັບຕົວທ່ານເອງຫຼືໃຜຜູ້ໜຶ່ງທີ່ທ່ານຮູ້ຈັກ.
ທ່ານເປັນພໍ່/ແມ່ໃໝ່ຫຼື ກຳລັງຈະໄດ້ລູກບໍ? ທ່ານມີຄວາມກັງວົນບໍ ທີ່ຮູ້ສຶກແບບນີ້?

ລາຍການກວດສຸຂະພາບຈິດ
ລາຍການກວດສຸຂະພາບຈິດ
ລາຍການກວດນີ້ຈະຖາມຄໍາຖາມທີ່ສາມາດຊ່ວຍໃຫ້ທ່ານເຂົ້າໃຈຄວາມຮູ້ສຶກຂອງທ່ານດີຂື້ນ ແລະ ຊ່ວຍໃຫ້ທ່ານເຂົ້າໃຈວ່າທ່ານຈະໄດ້ຮັບຜົນປະໂຫຍດຈາກການສະໜັບສະໜູນເພີ່ມເຕີມຕໍ່ກັບສຸຂະພາບຈິດຂອງທ່ານຫຼືບໍ່.
ກ່ຽວກັບ PANDA
PANDA ແມ່ນອົງການດຽວທີ່ເຮັດວຽກເປັນສາຍຊ່ວຍເຫຼືອຊ່ຽວຊານແຫ່ງຊາດ ສຳລັບຜູ້ທີ່ໄດ້ຮັບຜົນກະທົບຈາກຄວາມກັງວົນ, ກົດດັນກ່ອນແລະຫຼັງຄອດ ແລະ ໂຣກທາງຈິດຫຼັງຄອດແລະສຳລັບຜູ້ທີ່ກຳລັງປະສົບກັບບັນຫາທ້າທາຍໃນການເປັນພໍ່/ແມ່.
ນອກນີ້ພວກເຮົາຍັງປູກຈິດສຳນຶກໃຫ້ຮູ້ເຖິງການເຈັບປ່ວຍທີ່ຮ້າຍແຮງແລະເກີດຂຶ້ນໄດ້ທົ່ວໄປນີ້ ເພື່ອວ່າຜູ້ທີ່ມີອາການນີ້ຈະສາມາດເຂົ້າໃຈວ່າແມ່ນຫຍັງທີ່ກຳລັງເກີດຂຶ້ນກັບເຂົາເຈົ້າແລະ
ສາມາດໄປຊອກຫາຄວາມຊ່ວຍເຫຼືອ.
“ເວລາທີ່ຂ້ອຍຢູ່ທ່າມກາງສິ່ງນີ້ຂ້ອຍຮູ້ສຶກຄືກັບວ່າຂ້ອຍຈະບໍ່ມີວັນຮູ້ສຶກດີຂຶ້ນໄດ້ເລີຍ. ແຕ່ວ່າ ຂ້ອຍກໍຟື້ນໄດ້.”
ມີນາຍພາສາໃຫ້
PANDA ສາມາດໃຊ້ນາຍພາສາເພື່ອອູ້ມຊູຜູ້ທີ່ປາກພາສາອັງກິດບໍ່ໄດ້ຫຼືຜູ້ທີ່ມີບັນຫາເລື່ອງການຟັງຫຼືການປາກເວົ້າ.
“ບໍ່ມີໃຜບອກຂ້ອຍວ່າມັນອາດເກີດຂຶ້ນໄດ້ ແມ່ນແຕ່ກ່ອນເວລາ ຂ້ອຍໄດ້ລູກ!”
ຈະໄປຂໍຄວາມຊ່ວຍເຫຼືອເວລາໃດ
ການຖືພາແລະການເປັນພໍ່/ແມ່ໃໝ່ສາມາດເປັນເລື່ອງຕື່ນເຕັ້ນແລະທ້າທາຍໄປພ້ອມໆກັນ. ການທີ່ເຮົາມີບັນຫາໃນການປັບໂຕເຂົ້າກັບສະພາບຄວາມປ່ຽນແປງນັ້ນແມ່ນເລື່ອງທຳມະດາ. ຢ່າງໃດກໍຕາມເມື່ອຄວາມຮູ້ສຶກຂຶ້ນໆລົງໆຕາມທຳມະດານັ້ນໄດ້ກ້າວຂຶ້ນໄປເປັນຂັ້ນຮຸນແຮງ, ແລະເປັນຢູ່ດັ່ງນັ້ນເປັນເວລາສອງອາທິດຫຼືເກີນກວ່ານັ້ນ, ແມ່ນຮອດເວລາທີ່ຕ້ອງໄປຂໍຄວາມຊ່ວຍເຫຼືອ.
ຄວາມກັງວົນແລະກົດດັນກ່ອນແລະຫຼັງຄອດເປັນເລື່ອງທຳມະດາ
ມີຮອດໜຶ່ງໃນຫ້າຂອງບັນດາແມ່ໃໝ່ຫຼືກຳລັງຈະໄດ້ລູກ ແລະ
ໜຶ່ງໃນສິບຂອງບັນດາພໍ່ໃໝ່ຫຼືກຳລັງຈະໄດ້ລູກ ທີ່ຈະປະສົບກັບອາການກັງວົນແລະກົດດັນກ່ອນແລະຫຼັງຄອດນີ້. ມັນອາດຈະເກີດຂຶ້ນໃນລະຫວ່າງຖືພາ (ກ່ອນຄອດ) ຫຼືໃນປີທຳອິດຫຼັງຈາກເກີດລູກ (ຫຼັງຄອດ)ຄຳວ່າ ‘ກ່ອນແລະຫຼັງຄອດ’ ໝາຍເຖິງ ທັງລະຫວ່າງຖືພາແລະປີທຳອິດຫຼັງຈາກເກີດລູກ.
“ຂ້ອຍເປັນຫ່ວງຄູ່ຄອງຂອງຂ້ອຍແຕ່ລາວບໍ່ຍອມເວົ້າລົມກັບຂ້ອຍ.”
ໂຣກທາງຈິດທີເກີດຂຶ້ນຫຼັງຄອດ
ໂຣກທາງຈິດທີ່ເກີດຂຶ້ນຫຼັງຄອດແມ່ນການເຈັບປ່ວຍຮ້າຍແຮງທີ່ເກີດຂຶ້ນກັບໜຶ່ງຫາສອງຄົນທີ່ເປັນແມ່ໃໝ່ໃນທຸກໆ1000ຄົນແລະ ອາດເຮັດໃຫ້ທັງແມ່ແລະເດັກຕົກຢູ່ໃນຄວາມສ່ຽງໄດ້.
ໂຣກນີ້ເກືອບວ່າທຸກກໍລະນີຕ້ອງໄດ້ເຂົ້າໂຮງໝໍ. ອາການທີ່ເກີດຂຶ້ນສ່ວນໃຫຍ່ມັກຈະເປັນທັນທີທັນໃດແລະອາດລວມເຖິງການມີອາລົມແປປວນ, ຄວາມປະພຶດມີການປ່ຽນແປງຢ່າງມາກມາຍ ແລະ
ບໍ່ກ່ຽວຂ້ອງ ກັບສະພາບຄວາມເປັນຈິງ.
“ຂ້ອຍເປັນແມ່ທີ່ບໍ່ດີທີ່ສຸດໃນໂລກ.”
PANDA ຈະຊ່ວຍໄດ້ຢ່າງໃດ
ຖ້າວ່າທ່ານເປັນພໍ່/ແມ່ໃໝ່ຫຼືກຳລັງຈະມີລູກທີ່ເປັນຫ່ວງຕໍ່ສະພາບຂອງອາລົມແລະຈິດໃຈຂອງຕົນ - ຫຼືກ່ຽວກັບໃຜຜູ້ໜຶ່ງທີ່ທ່ານຮູ້ - ເປັນສິ່ງສຳຄັນທີ່ຕ້ອງໄປຂໍການອູ້ມຊູ. ທ່ານຍິ່ງໄປຂໍການອູ້ມຊູໄດ້ໄວເທົ່າໃດ, ທ່ານກໍຍິ່ງຈະສາມາດເລີ່ມຮູ້ສຶກດີຂຶ້ນໄດ້ໄວເທົ່ານັ້ນ.
ສາຍຊ່ວຍເຫຼືອແຫ່ງຊາດດ້ານສຸຂະພາບຈິດກ່ອນແລະຫຼັງຄອດ ຂອງ PANDA ໃຫ້ການປຶກສາດ້ານຈິດໃຈ ຟຣີ ແລະອູ້ມຊູແກ່ພໍ່/ແມ່ໃໝ່ແລະຜູ້ທີ່ກຳລັງຈະໄດ້ລູກ.
ຜູ້ໃຫ້ຄຳປຶກສາດ້ານຈິດໃຈຂອງເຮົາທີ່ໄດ້ຮັບການຝຶກອົບຮົມມາເປັນຢ່າງດີແລະເອົາໃຈໃສ່ຕໍ່ທ່ານ ຈະໃຫ້ບໍລິການທາງໂທລະສັບ ແລະຮັບຟັງບັນຫາຂອງທ່ານແລະຊ່ວຍທ່ານກ້າວໄປສູ່ບາດກ້າວທຳອິດທີ່ຈະນຳໄປສູ່ການຟື້ນຟູ.
“ຖ້າຂ້ອຍບອກໃຜຜູ້ໜຶ່ງວ່າຂ້ອຍຮູ້ສຶກແບບນີ້ເຂົາຄົງຈະຄຶດວ່າຂ້ອຍເປັນພໍ່/ແມ່ທີ່ບໍ່ດີ.”
ເປັນການດີທີ່ສຸດທີ່ຈະຕ້ອງເວົ້າເຖິງເລື່ອງນີ້
ຄວາມກັງວົນແລະກົດດັນກ່ອນແລະຫຼັງຄອດແມ່ນບັນຫາທາງສຸຂະພາບທີ່ຮ້າຍແຮງ. ມັນອາດເກີດຂຶ້ນໄດ້ກັບພໍ່/ແມ່ໃໝ່ຫຼືກຳລັງຈະໄດ້ລູກ.ບໍ່ມີຫຍັງເປັນໜ້າອັບອາຍຍ້ອນເລື່ອງນີ້. ມັນເປັນການດີທີ່ຈະເວົ້າເຖິງເລື່ອງນີ້. ທີ່ຈິງແລ້ວ,ມັນຈະເປັນການດີຊ້ຳຖ້າທ່ານເວົ້າເຖິງເລື່ອງນີ້!
ການບອກຄົນອື່ນກ່ຽວກັບການດິ້ນລົນຂອງທ່ານ, ຫຼື
ການຍອມຮັບວ່າທ່ານຕ້ອງການຄວາມຊ່ວຍເຫຼືອນັ້ນບໍ່ແມ່ນລັກສະນະຂອງຄວາມອ່ອນແອ. ມັນສະແດງໃຫ້ເຫັນວ່າທ່ານຕ້ອງການສິ່ງທີ່ດີທີ່ສຸດສຳລັບຕົວທ່ານເອງແລະຄອບຄົວ.
ການບອກຄົນອື່ນກ່ຽວກັບການດິ້ນລົນຂອງທ່ານ, ຫຼື ການຍອມຮັບວ່າທ່ານຕ້ອງການຄວາມຊ່ວຍເຫຼືອນັ້ນບໍ່ແມ່ນລັກສະນະຂອງຄວາມອ່ອນແອ. ມັນສະແດງໃຫ້ເຫັນວ່າທ່ານຕ້ອງການສິ່ງທີ່ດີທີ່ສຸດສຳລັບຕົວທ່ານເອງແລະຄອບຄົວ.
“ຂ້ອຍຄຶດໄວ້ວ່າຂ້ອຍຕ້ອງຮັກລູກນ້ອຍຂ້ອຍທັນທີ, ແຕ່ວ່າຂ້ອຍຊ້ຳພັດຮອດບໍ່ຢາກແນມເບິ່ງລາວ”
ລັກສະນະທີ່ສະແດງອອກເຖິງຄວາມກັງວົນແລະກົດດັນ
ກ່ອນແລະຫຼັງຄອດ
ລັກສະນະຕ່າງໆອາດລວມເຖິງ:
- ຮູ້ສຶກໂສກເສົ້າ, ສິ້ນຫວັງ, ຫຼືຮ້ອງໄຫ້ໂດຍບໍ່ມີເຫດຜົນຊັດເຈນ
- ມີຄວາມກັງວົນຕະຫຼອດເວລາ, ທີ່ບໍ່ຍອມເຊົາ, ສ່ວນໃຫຍ່ຈະເນັ້ນໜັກໃສ່ການມີຄວາມຢ້ານເລື່ອງສຸຂະພາບແລະຄວາມຢູ່ດີຂອງລູກນ້ອຍຂອງທ່ານ
- ຮູ້ສຶກກັງວົນໃຈ, ‘ຕຶງຄຽດຢ່າງໜັກ’, ຫຼືຕື່ນຕົກໃຈ
- ຮູ້ສຶກຫງຸດຫງິດຫຼືໃຈຮ້າຍງ່າຍ
- ບໍ່ຄົບຄ້າສະມາຄົມກັບໝູ່ເພື່ອນແລະຄອບຄົວ
- ນອນຫຼັບຍາກ, ເຖິງແມ່ນລູກນ້ອຍຈະນອນຫຼັບແລ້ວກໍຕາມ
- ອາລົມປ່ຽນແປງກະທັນຫັນ
- ຮູ້ສຶກເມື່ອຍຕະຫຼອດເວລາແລະໝົດແຮງ
- ມີອາການທາງຮ່າງກາຍເຊັ່ນປວດຮາກ, ຮາກ, ເຫື່ອແຕກ, ກິນເຂົ້າບໍ່ແຊບ
- ບໍ່ຄ່ອຍສົນໃຈຫຼືຂາດຄວາມສົນໃຈໃນສິ່ງທີ່ຕາມປົກກະຕິຈະເຮັດໃຫ້ທ່ານເບີກບານມ່ວນຊື່ນ
- ມີຄວາມຢ້ານໃນການຢູ່ຄົນດຽວຫຼືຢູ່ກັບຄົນອື່ນ
- ຮູ້ສຶກວ່າຍາກທີ່ຈະຕັ້ງໃຈ, ຕັ້ງສະມາທິຫຼືຈົດຈຳ
- ດື່ມເຫຼົ້າຫຼືໃຊ້ຢາເສບຕິດຫຼາຍຂຶ້ນ
- ມີຄວາມຕື່ນກົວ (ຫົວໃຈເຕັ້ນແຮງ, ຫົວໃຈເຕັ້ນໄວ, ຫາຍໃຈຝືດ, ສັ່ນຫຼືຮູ້ສຶກວ່າຕົນເອງບໍ່ກ່ຽວຂ້ອງກັບສິ່ງແວດລ້ອມ)
- ເກີດມີຄວາມປະພຶດທີ່ຫຼົງໄຫຼຫຼືຄວບຄຸມບໍ່ໄດ້
- ຄຶດກ່ຽວກັບຄວາມຕາຍ, ຄຶດເລື່ອງຂ້າຕົວຕາຍຫຼືຄຶດຢາກທຳຮ້າຍລູກນ້ອຍຂອງທ່ານ.
ນອກນີ້ ຍັງມີອີກຫຼາຍອາການທີ່ບໍ່ໄດ້ຂຽນໄວ້ທີ່ນີ້. ຖ້າທ່ານຫຼືໃຜຜູ້ໜຶ່ງທີ່ໃກ້ຊິດທ່ານເກີດມີອາການຫຼືຄວາມຮູ້ສຶກໃດໆທີ່ເຮັດໃຫ້ທ່ານກັງວົນ ເຊິ່ງອາການນີ້ເປັນຢູ່ຮອດສອງອາທິດຫຼືເກີນກວ່ານັ້ນ,
ກະລຸນາໄປຂໍຄວາມຊ່ວຍເຫຼືອ.
“ພໍ່/ແມ່ໃໝ່ທຸກຄົນຮູ້ສຶກບໍ່ດີແບບນີ້ຄືກັນໝົດບໍ?”
ໃຫ້ໂທຫາສາຍຊ່ວຍເຫຼືອຟຣີແຫ່ງຊາດດ້ານສຸຂະພາບຈິດກ່ອນແລະຫຼັງຄອດ ຂອງພວກເຮົາ
ໂທລະສັບ 1300 726 306
ວັນຈັນ – ວັນສຸກ 9am – 7.30pm AEST/AEDT
ສາຍໃຫ້ຄວາມຊ່ວຍເຫຼືອແຫ່ງຊາດຂອງອົງການ PANDA ແມ່ນມີຮັບໃຊ້ໃນຫຼາຍພາສາ, ລວມທັງຂອງທ່ານນຳ.
ເວລາທ່ານໂທລະສັບຫາສາຍໃຫ້ຄວາມຊ່ວຍເຫຼືອຂອງ PANDA ນັ້ນ, ໃຫ້ກົດເອົາໂຕເລືອກ “1” ທີ່ຊີ້ບອກໃຫ້ພວກເຮົາຮູ້ວ່າທ່ານຕ້ອງການນາຍພາສາ.
ຈະເປັນຢ່າງໃດເວລາສາຍຂອງທ່ານມີຄົນຮັບ:
ສາຍຂອງທ່ານຈະມີຜູ້ໃຫ້ຄວາມປຶກສາທີ່ເວົ້າພາສາອັງກິດຄົນໃດຄົນໜຶ່ງຮັບ. ພວກເຮົາຈຳຕ້ອງຮູ້ພາສາທີ່ຕ້ອງການ–ທ່ານບໍ່ຈຳເປັນຕ້ອງເວົ້າພາສາອັງກິດມີແຕ່ບອກຜູ້ໃຫ້ຄວາມປຶກສານັ້ນ ຮູ້ເຖິງພາສາອັນທີ່ທ່ານຕ້ອງການ.
ທາງອົງການ PANDA ຈະຈັດການເອົານາຍພາສາຜູ້ໃດຜູ້ໜຶ່ງໃຫ້ແລະເວລາມີຜູ້ໜຶ່ງຫວ່າງ, ພວກເຮົາກໍຈະເລີ່ມວິທີການໃຫ້ຄວາມຊ່ວຍເຫຼືອທ່ານ.
ຖ້າຫາກວ່ານາຍພາສາຜູ້ໃດຜູ້ໜຶ່ງບໍ່ຫວ່າງ, ພວກເຮົາຈະໂທລະສັບຫາທ່ານຄືນ.
ຖ້າຫາກວ່າທ່ານຕ້ອງການຄວາມຊ່ວຍເຫຼືອດ່ວນໃຫ້ໂທລະສັບໄປຫາສາມສູນ(000)ຫຼືວ່າພະແນກສຸກເສີນຂອງໂຮງໝໍທ້ອງຖິ່ນ.
ຖ້າຫາກວ່າທ່ານຕ້ອງການຄວາມຊ່ວຍເຫຼືອນອກຊົ່ວໂມງການຂອງສາຍອົງການ PANDA’s Helpline,ໃຫ້ໂທລະສັບຫາສາຍLifelineຕາມນຳເບີ 13 11 14.